01. ການເລີ່ມຕົ້ນ & ສິນຄ້າ
ຂັ້ນຕອນພື້ນຖານໃນການຕັ້ງຄ່າຮ້ານ ແລະ ຈັດການສິນຄ້າຂອງທ່ານ
ລົງທະບຽນ
ກົດປຸ່ມລົງທະບຽນ, ປ້ອນຂໍ້ມູນຮ້ານ, ເບີໂທ, ອີເມວ ແລະ ຕັ້ງລະຫັດຜ່ານເພື່ອເປີດບັນຊີໃໝ່.
ເຂົ້າສູ່ລະບົບ
ໃຊ້ເບີໂທລະສັບ ຫຼື ອີເມວ ທີ່ທ່ານໄດ້ລົງທະບຽນໄວ້ເພື່ອເຂົ້າສູ່ລະບົບຈັດການ.
ເພີ່ມສິນຄ້າ
ໄປທີ່ເມນູ "ບໍລິຫານສິນຄ້າ" ກົດ (+) ເພື່ອປ້ອນຊື່, ລະຫັດ, ລາຄາ ແລະ ຈຳນວນສິນຄ້າ.
ຈັດການຂໍ້ມູນ
ທ່ານສາມາດແກ້ໄຂ ຫຼື ລຶບສິນຄ້າໄດ້ໂດຍການກົດທີ່ໄອຄອນ ( : ) ຢູ່ແຖວສິນຄ້ານັ້ນໆ.
02. ຂັ້ນຕອນການຂາຍ & ຈັດສົ່ງ
ປ່ຽນການຂາຍໃຫ້ເປັນເລື່ອງງ່າຍດ້ວຍລະບົບອັດສະລິຍະ
ຮັບອໍເດີ (Step 5)
ເລືອກສິນຄ້າທີ່ລູກຄ້າຕ້ອງການ > ຢືນຢັນອໍເດີ > ລະບົບຈະອອກລະຫັດຕິດຕາມໃຫ້ລູກຄ້າທັນທີ.
ຊຳລະເງິນ (Step 6)
ເລືອກຮູບແບບການຈ່າຍ (ເງິນສົດ/ໂອນ) > ໃສ່ສ່ວນຫຼຸດ (ຖ້າມີ) > ປ້ອນຂໍ້ມູນຂົນສົ່ງໃຫ້ຄົບຖ້ວນ.
ພິມບິນ (Step 7)
ເຊື່ອມຕໍ່ Bluetooth ກັບເຄື່ອງພິມ > ພິມບິນຕິດໃສ່ຖົງ > ປ່ຽນສະຖານະເປັນ "ແພັກເຄື່ອງແລ້ວ".
03. ການຕິດຕາມພັດສະດຸ
ການຈັດການລະຫັດຂົນສົ່ງ
-
1
ກົດ "ເອົາລະຫັດຂົນສົ່ງ" ຈາກຫ້ອງລາຍການທີ່ແພັກເຄື່ອງແລ້ວ.
-
2
ນຳລະຫັດຈາກຂົນສົ່ງມາປ້ອນເຂົ້າໃນລະບົບ ແລະ ແຈ້ງໃຫ້ລູກຄ້າຊາບ.
-
3
ປ່ຽນສະຖານະພັດສະດຸເປັນ "ຈັດສົ່ງຕົ້ນທາງແລ້ວ" ເພື່ອເລີ່ມການຕິດຕາມ.
ການແຈ້ງເຕືອນອັດສະລິຍະ
ຮອດປາຍທາງ
ແຈ້ງເຕືອນໃຫ້ລູກຄ້າໄປຮັບເຄື່ອງທີ່ສາຂາ
ຮັບເຄື່ອງສຳເລັດ
ປ່ຽນສະຖານະເປັນ "ລໍຖ້າຂົນສົ່ງໂອນເງິນ"
ພາບລວມສະຖານະ
ກວດສອບສະຖານະທັງໝົດໄດ້ທີ່ໄອຄອນລຸ່ມຂວາ
ລາຍງານ & ການວິເຄາະ
ເຂົ້າໃຈທຸກການເຄື່ອນໄຫວຂອງຮ້ານທ່ານ ເພື່ອວາງແຜນການຂາຍໃນອະນາຄົດ
12. ຄົ້ນຫາພັດສະດຸວ່ອງໄວ
ພຽງແຕ່ປ້ອນເລກຂົນສົ່ງ ຫຼື ເບີໂທລູກຄ້າ ລະບົບຈະສະແດງຂໍ້ມູນທັງໝົດໃຫ້ທັນທີ.
13. ສະຫຼຸບຍອດຂາຍ & ກຳໄລ
ກວດເບິ່ງຍອດຂາຍປະຈຳວັນ, ເດືອນ ຫຼື ປີ ພ້ອມວິເຄາະສິນຄ້າທີ່ຂາຍດີທີ່ສຸດ.